Post_photoດັ່ງທີ່ໄດ້ເຫັນຕາມຂ່າວຈາກທົ່ວໂລກ ເພາະເດືອນກໍລະກົດ 2015 ຕ້ອງເປັນເດືອນທີ່ຖືກບັນທຶກໄວ້ໃນຫນ້າປະຫວັດສາດ ພາລະກິດການສຳຫລວດອະວະກາດ ຂອງມະນຸດ, ໃນໂຄງການທີ່ຊື່ວ່າ New Horizons ທີ່ມະນຸດໄດ້ສົ່ງຍານອະວະກາດ ເພື່ອໄປສຳຫລວດດາວພລູໂຕ (Pluto) ແລະເລື່ອງລາວຂອງພາລະກິດ ພ້ອມກັບການເດີນທາງນັ້ນ ບໍ່ແມ່ນເລື່ອງງ່າຍກວ່າຈະປະສົບຜົນສຳເລັດດັ່ງທີ່ເຫັນ (ຫລາຍຄົນອາດເຫັນຂ່າວວ່າຍານຮອດແລ້ວ ແຕ່ກໍສົງໄສວ່າເຂົາປ່ອຍມື້ໃດ ມື້ວານມື້ກ່ອນນີ້ຫລືບໍ່) ມື້ນີ້ພວກເຮົາຈະພາໄປເຈາະເລິກແບບລະອຽດ ກ່ຽວກັບໂຄງການດັ່ງກ່າວ ຖ້າພ້ອມແລ້ວໄປຕິດຕາມພ້ອມໆກັນເລີຍ.

+ ເລື່ອງລາວຂອງພລູໂຕເລີ່ມຂຶ້ນເມື່ອຮ້ອຍກວ່າປີກ່ອນ

ໃນຍຸກທີ່ວິທະຍາສາດກຳລັງພັດທະນາຄວາມຮູ້ຕ່າງໆຂຶ້ນມາ ຄຽງຄູ່ກັນກໍມີນັກດາຣາສາດທີ່ສົນໃຈສຶກສາສ່ອງຫາດວງດາວຕ່າງໆ. ຍຸກນັ້ນ (ປະມານທ້າຍຊຸມປີ 1800 ຫາ ຕົ້ນຊຸມປີ 1900) ນັກດາຣາສາດຮູ້ຈັກດາວເຄາະທີ່ເປັນບໍລິວານຂອງຕາເວັນ ເອີ້ນວ່າລະບົບສຸລິຍະ ລຽງຈາກໃກ້ຕາເວັນທີ່ສຸດອອກໄປປະກອບມີ: ດາວພຸດ (Mercury), ດາວສຸກ (Venus), ດາວໂລກ (Earth), ດາວອັງຄານ (Mars), ດາວພະຫັດ (Jupiter), ດາວເສົາ (Saturn), ດາວຢູເຣນັສ (Uranus) ແລະ ດາວເນັບຈູນ (Neptune) ທັງຫມົດ 8 ດວງ.

solar_system_menuຈາກການຄົ້ນພົບດາວເຄາະທັງ 8 ດວງ ມັນມີສິ່ງທີ່ຂ້ອງຄາໃຈນັກດາຣາສາດໃນຍຸກນັ້ນ, ເນື່ອງຈາກວ່າ ເຂົາເຈົ້າສັງເກດເຫັນວົງໂຄຈອນຂອງ ດາວເນັບຈູນ ມັນແປກໆ ຄືກັບມີຫຍັງບາງຢ່າງໄປລົບກວນມັນ ສະໄຫມນັ້ນເອີ້ນສິ່ງລຶກລັບນີ້ວ່າ ດາວເຄາະເອັກ (X) ເນື່ອງຈາກບໍ່ມີໃຜເຄີຍເຫັນ ບໍ່ມີໃຜຮູ້ ເລີຍເອີ້ນແບບລັບໆໄປກ່ອນ.

Clyde_W._TombaughClyde Tombaugh ຜູ່ຄົ້ນພົບດາວພລູໂຕ

ຈົນມາຮອດປີ 1930 ນັກດາຣາສາດຫນຸ່ມໄວ 24 ປີ ນາມວ່າ ໄຄລ໌ ທອມບອກ (Clyde Tombaugh) ໄດ້ຖ່າຍຮູບຕິດຕາມແສງ ຈາກທ້ອງຟ້າ ເປັນຈຳນວນຫລາຍຮູບ ແລ້ວນຳມາປຽບທຽບ ຈຸດແສງທີ່ຖ່າຍໄດ້ ຖ້າຈຸດທີ່ເຫັນ ມີການປ່ຽນແປງ ຫລືເອີ້ນວ່າມັນເຄື່ອນທີ່ໄດ້ ນັ້ນຫນ້າຈະເປັນດາວເຄາະ ລາວກໍນັ່ງເບິ່ງໄປເລື້ອຍໆ ຈົນໃນທີ່ສຸດພາຍຫລັງພະຍາຍາມຢ່າງຫນັກ ລາວກໍສັງເຫດເຫັນວັດຖຸນຶ່ງທີ່ເຄື່ອນທີ່ ຄາດວ່າ ຫນ້າຈະເປັນດາວເຄາະ ລາວເລີຍຕັ້ງຊື່ວ່າ 134340 Pluto

urlສັງເກດຈຸດແສງນ້ອຍໆທີ່ລູກສອນຊີ້ ນັ້ນຄືດາວພລູໂຕ ທີ່ Clyde Tombaugh ສັງເກດວ່າມັນມີການເຄື່ອນທີ່ຄືດາວເຄາະ

+ ດາວເຄາະທັງ 8 ດວງ ຫລື 9 ດວງ ຫລື 10 ດວງກັນແທ້?

ຫລັງຈາກການຄົ້ນພົບ ພລູໂຕ, ນັກດາຣາສາດຍຸກນັ້ນກໍຕັ້ງໃຫ້ມັນກາຍເປັນດາວເຄາະບໍລິວານຂອງຕາເວັນດວງທີ 9. ແຕ່ວ່າ ມີນັກດາຣາສາດບາງກຸ່ມເຊື່ອວ່າ ດາວພລູໂຕນັ້ນຂະຫນາດນ້ອຍເກີນໄປ ມັນບໍ່ຫນ້າຈະມີແຮງດຶງດູດ ຈົນໄປກະທົບວົງໂຄຈອນດາວເນັບຈູນໄດ້ ເຮັດໃຫ້ນັກດາຣາສາດໃນຍຸກນັ້ນ ພະຍາຍາມຄົ້ນຫາດາວເຄາະດວງທີ 10 ຕໍ່ ແລະເຊັ່ນເຄີຍນາມລຶກລັບຂອງມັນແມ່ນດາວເຄາະ X (ເຫດການນີ້ມີພວກນັກທຳນາຍມົ້ວໆ ເອົາມາໂຍງວ່າ ປີ 2012 ໂລກຈະແຕກຍ້ອນດາວເຄາະ X ຈະໂຄຈອນມາໃກ້ໂລກ ><)

ແຕ່ແລ້ວຄວາມຄຶດກໍປ່ຽນ ເນື່ອງຈາກເມື່ອມະນຸດໄດ້ສົ່ງຍານອະວະກາດອອກສຳຫລວດຫລາຍຂຶ້ນ, ໂດຍສະເພາະຍານທີ່ຊື່ວ່າ Voyager 2 ໄດ້ບິນກາຍໄປສຳຫລວດດາວເນັບຈູນ ແລະເກັບກຳຂໍ້ມູນໃຫມ່ໆມາເພີ່ມ ຈົນນັກດາຣາສາດຄຳນວນວົງໂຄຈອນຂອງມັນໃຫມ່ ແລະພົບວ່າ ສິ່ງທີ່ເຄີຍເຂົ້າໃຈວ່າວົງໂຄຈອນມັນແປກໆໃນຍຸກກ່ອນນັ້ນ ເປັນຂໍ້ມູນທີ່ຜິດ, ເພາະມັນກໍໂຄຈອນແບບປົກກະຕິຂອງມັນ ເລີຍເຮັດໃຫ້ການຄົ້ນຫາດາວເຄາະດວງທີ 10 ຢຸດເຊົາໄປ.

enhanced-28431-1412262646-10ພລູໂຕ ກໍນ້ອຍໃຈເປັນເດີ້ ບໍ່ໄດ້ຖ່າຍຮູບນຳຫມູ່

+ ເປັນຫຍັງຈຶ່ງຕ້ອງສົນໃຈພລູໂຕ

ພລູໂຕເປັນດາວເຄາະ (ຂໍໃຊ້ຄຳນີ້ໄປກ່ອນ ອ່ານໄປອີກຈັກຫນ້ອຍມີການປ່ຽນແປງ) ທີ່ມີຂະຫນາດນ້ອຍ ນ້ອຍກວ່າເດືອນອີກ ແລະທີ່ສຳຄັນພວກເຮົາມີຂໍ້ມູນກ່ຽວກັບມັນຫນ້ອຍຫລາຍ, ເວົ້າງ່າຍໆວ່າດາວເຄາະຊັ້ນໃນທັງ 8 ດວງນັ້ນ ມະນຸດໄດ້ມີການສົ່ງຍານໄປຖ່າຍຮູບແບບໃກ້ໆ ບາງດວງເຖິງຂັັ້ນສົ່ງລົດສຳຫລວດລົງໄປແລ່ນດ້ວຍຊ້ຳ. ແຕ່ສຳລັບພລູໂຕແລ້ວ ມັນຢູ່ໄກຈາກພວກເຮົາຫລາຍ ຂໍ້ມູນທີ່ມີຢູ່ ກໍໄດ້ຈາກການຄາດເດົາ ແລະສ້າງເປັນພາບກຣາຟຟິກຂຶ້ນມາເທົ່ານັ້ນ ເພາະຖ້າຈະເອົາພາບຖ່າຍທາງອະວະກາດຂອງພລູໂຕ ເຮົາມີພາບດຽວທີ່ຖ່າຍດ້ວຍກ້ອງ Hubble ເປັນຈັ່ງໃດນັ້ນເບິ່ງຮູບລຸ່ມນີ້ເລີຍ

421596main_s1006ayຮູບພລູໂຕທີ່ຖ່າຍຈາກກ້ອງ Hubble

ສິ່ງທີ່ຫນ້າສົນໃຈຂອງດາວພລູໂຕ ທີ່ເຮັດໃຫ້ນັກດາຣາສາດຢາກສຳຫລວດກໍແມ່ນ ພລູໂຕເປັນດາວເຄາະ ທີ່ຢູ່ຂອບນອກຂອງລະບົບສຸລິຍະ ມັນເປັນດາວເຄາະ ທີ່ມີວົງໂຄຈອນບາງຄັ້ງ ໄປຕັດກັບແຖບຄຸຍເປີິ (Kuiper Belt) ເຊິ່ງເປັນເຂດທີ່ມີ ເສດຫີນໃນອະວະກາດ ລອຍຢູ່ເຕັມເປັນບໍລິເວນກວ້າງ, ນັ້ນຫມາຍຄວາມວ່າ ພລູໂຕ ອາດໃຫ້ຄຳຕອບ ຂອງການກຳເນີດດາວເຄາະຕ່າງໆຊັ້ນໃນ ຮວມທັງໂລກຂອງພວກເຮົາ. ເພາະເຂດດັ່ງກ່າວ ຖືເປັນບ່ອນທີ່ ຮວບຮວມກ້ອນຫີນໃຫຍ່ນ້ອຍຕ່າງໆ ທີ່ຄ່ອຍໆຕຳກັນ ຮວມໂຕກັນເມື່ອຫລາຍພັນລ້ານປີກ່ອນ ຈົນກາຍມາເປັນດາວເຄາະໃນປັດຈຸບັນ ຮວມທັງໂລກ. ດັ່ງນັ້ນເພື່ອຫາຄຳຕອບ ໃນຂໍ້ສົ່ງໄສຕ່າງໆ ໂຄງການສົ່ງຍານ ໄປສຳຫລວດດາວເຄາະພລູໂຕຈຶ່ງເລີ່ມຕົ້ນຂຶ້ນ.

Kuiperbeltວົງໂຄຈອນຂອງພລູໂຕ ເຊິ່ງບາງຊ່ວງມັນຈະເຂົ້າມາໃນລະບົບສຸລິຍະຊັ້ນໃນ ແລະບາງຊ່ວງຂອງວົງໂຄຈອນຈະຕັດອອກໄປແຖບຄຸຍເປີ

image0032ພາບກວ້າງເພີ່ມຕື່ມ ທີ່ເຜີຍໃຫ້ເຫັນເສັ້ນວົງໂຄຈອນຂອງພລູໂຕ ວ່າໄປໄກຊ່ຳໃດ ເກືອບສຸດຂອບແຖບຄຸຍເປີເລີຍ

+ ໂຄງການ New Horizons

ໂຄງການນີ້ເກີດຈາກການຮ່ວມມືກັນລະຫວ່າງ ອົງການນາຊາ (NASA), ມະຫາວິທະຍາໄລຈອນຮອບກິນສ໌ (John Hopkins University) ແລະສະຖາບັນ ແຄລິຟໍເນຍເທັກໂນໂລຍີ (California Institute of Technology) ແລະຍານ New Horizons ກໍເປັນຜົນງານ ການສ້າງຂອງນັກສຶກສາ ຮ່ວມກັບອາຈານຈາກມະຫາວິທະຍາໄລດັ່ງກ່າວ.

New_Horizons_-_Logo2_big

ເນື່ອງຈາກເວລາທີ່ຈຳກັດ ການອອກແບບຍານຈຶ່ງຕ້ອງເຮັດໃຫ້ຮັດກຸມ ອຸປະກອນທຸກຢ່າງທີ່ໃຊ້ ຕ້ອງຫມັ້ນໃຈວ່າ ຈະບໍ່ມີຄວາມຜິດພາດ ເພາະໂອກາດແບບນີ້ ດົນໆຈຶ່ງຈະມີເທື່ອນຶ່ງ. ສາເຫດກໍຍ້ອນວ່າ ວົງໂຄຈອນຂອງດາວພລູໂຕ ນັ້ນກວ້າງຫລາຍ ແລະໃນຊ່ວງທີ່ໂຄງການເລີ່ມຕົ້ນ ແມ່ນຄຳນວນແລ້ວວ່າ ຕ້ອງປ່ອຍຍານໃຫ້ໄດ້ຊ້າສຸດພາຍໃນປີ 2006 ເພື່ອທີ່ຍານຈະເດີນທາງ ໄປຮອດພລູໂຕໃນປີ 2015 ທີ່ຊ່ວງນັ້ນວົງໂຄຈອນຂອງພລູໂຕ ຈະເຂົ້າໃກ້ຕາເວັນ ເຊິ່ງເຫມາະສົມແກ່ການຖ່າຍພາບ ແລະເກັບຂໍ້ມູນ ຊັ້ນບັນຍາກາດຂອງມັນ. ຖ້າຫາກເລີຍເວລານີ້ໄປ ຍິ່ງມັນຫ່າງຈາກຕາເວັນ ບັນຍາກາດຈະກາຍ ເປັນນ້ຳກ້ອນ ເຮັດໃຫ້ຍາກຕໍ່ການກວດຊັ້ນບັນຍາກາດ. (ຖ້າພາດແມ່ນ ຕ້ອງຖ້າອີກຫລາຍສິບປີ ເພາະລະດູຫນາວ ຂອງພລູໂຕກິນເວລາເຖິງ 62 ປີ ຂອງໂລກ)

Mission-PathtoPluto-MissionTimeline-TenYearsຍ້ອນສາເຫດນີ້ ການອອກແບບຍານ ຈຶ່ງຕ້ອງເຮັດໃຫ້ ເບົາ ເພື່ອຂົນສົ່ງງ່າຍ ແລະເຮັດໃຫ້ຍານເຄື່ອນທີ່ໄດ້ໄວ, ອຸປະກອນ ຕ້ອງກິນພະລັງງານຕ່ຳ ເພາະຕ້ອງ ເດີນທາງໄກຫລາຍ ແລະຍັງຕ້ອງ ແຂ່ງກັບເວລາ, ນອກນັ້ນ ເພື່ອເກັບຂໍ້ມູນທີ່ຈຳເປັນ ໃຫ້ນັກວິທະຍາສາດໄດ້ວິເຄາະລາຍລະອຽດ ກ່ຽວກັບພລູໂຕ ຍານ New Horizons ຈຶ່ງຈຳເປັນຕ້ອງມີອຸປະກອນຕ່າງໆ ໄວ້ເກັບຂໍ້ມູນຢ່າງຫລວງຫລາຍ ປະກອບມີ:

+ Rex Radio Science Experiment ເປັນໂຕຮັບສົ່ງສັນຍານວິທະຍຸ ເອົາໄວ້ຕິດຕໍ່ກັບໂລກ

+ Alice ເປັນກ້ອງຖ່າຍພາບຄື້ນອັບຕາໄວໂອເລັດ (UV) ເພື່ອສຶກສາຊັ້ນບັນຍາກາດ

+ Ralph ເປັນກ້ອງຖ່າຍພາບສີ ສາມາດຖ່າຍພາບໃນຄື້ນແສງ ທີ່ຕາມະນຸດເບິ່ງເຫັນ ໄປຈົນຮອດຄື້ນອິນຟາເຣດ ທີ່ຕາມະນຸດເບິ່ງບໍ່ເຫັນ ເພື່ອເກັບພາຍຖ່າຍ ຂອງພລູໂຕໃຫ້ໄດ້ຫລາຍແບບ

+ LORRI (The Long Range Reconnaissance Imager) ເປັນກ້ອງແບບຂາວດຳ ໄວ້ຖ່າຍພາບຕ່າງໆ ລະຫວ່າງການເດີນທາງ ເພື່ອໃຊ້ປະມວນຜົນ ແລະຄຳນວນວ່າ ມັນຄວນຈະເດີນທາງໄປເສັ້ນທາງໃດ

+ PEPSSI (Plasma and high-energy particle spectrometer) ເປັນເຊັນເຊີໄວ້ກວດຫາອະນຸພາກ

+ SWAP (Solarwind at Pluto) ເປັນເຊັນເຊີໄວ້ກວດຈັບລົມສຸລິຍະຈາກຕາເວັນ

+ SDC ອຸປະກອນສຳລັບກວດຈັບຝຸ່ນຜົງຕ່າງໆ

ແລະສ່ວນສຳຄັນທີ່ສຸດກໍແມ່ນພະລັງງານ ເນື່ອງຈາກພລູໂຕຢູ່ໄກຫລາຍ ການຈະອາໄສພະລັງງານ ຈາກແສງຕາເວັນ ເປັນໄປໄດ້ຍາກ. ອົງການ NASA ຈຶ່ງໃຊ້ແຫລ່ງພະລັງງານທີ່ເອີ້ນວ່າ Radioisotope thermoelectric generator ທີ່ມີກົນໄກການເຮັດວຽກ ໂດຍອາໄສ ທາດທີ່ປ່ອຍກຳມັນຕະພາບຣັງສີ. ເມື່ອກຳມັນຕະພາບຣັງສີ ສະຫລາຍອອກມາ ຈະໃຫ້ພະລັງງານຄວາມຮ້ອນ ທີ່ເອົາໄປປ່ຽນເປັນໄຟຟ້າ ໃຫ້ຍານໃຊ້ໄດ້ຫລາຍສິບປີ (ຍານທີ່ຕ້ອງເດີນທາງໄກໆ ຈະໃຊ້ລະບົບນີ້ເຊັ່ນຍານ Voyager ທີ່ປ່ອຍໃຫ້ລອຍອອກໄປນອກລະບົບສຸລິຍະ)

powerແຫລ່ງພະລັງງານໄດ້ຈາກກຳມັນຕະຣັງສີຂອງ ທາດພລູໂຕນຽມ ແບບດຽວກັບທີ່ໃຊ້ໃນຍານ Voyager

ຍັງບໍ່ຫມົດ ດ້ວຍອຸປະກອນທີ່ຫລາກຫລາຍແບບນີ້ ແລະທີ່ສຳຄັນເປັນຍານແບບ ບໍ່ມີຄົນຂັບ ຕ້ອງເຮັດວຽກຕາມ ໂປຣແກຣມທີ່ຖືກຕັ້ງໄວ້ ແລະສັ່ງໄປໃຫມ່ຜ່ານສັນຍານວິທະຍຸ. ເບື້ອງຫລັງໂຕຄວບຄຸມ ລະບົບຕ່າງໆ ຈຶ່ງເປັນຫນ້າທີ່ຂອງ ຫນ່ວຍປະມວນຜົນ (CPU) ແລະທາງ NASA ກໍໄດ້ເປີດເຜີຍຂໍ້ມູນວ່າ ຫນ່ວຍປະມວນຜົນທີ່ໃຊ້ໃນຍານ New Horizons ນັ້ນແມ່ນຊິບໂຕດຽວກັນກັບ ຂອງເຄື່ອງຫລິ້ນເກມ SONY Playstation 1 ທີ່ມີຊື່ວ່າ MIPS R3000 ໂດຍນຳມາປັບປຸງ ໃຫ້ຄວາມໄວຫລຸດລົງ ເພື່ອປະຢັດພະລັງງານ ແລະເສີມອຸປະກອນປ້ອງກັນຣັງສີຕ່າງໆ ເຂົ້າໄປໃຫ້ມັນທົນທານຕໍ່ສະພາບແວດລ້ອມ ອະວະກາດ.

2015_07_15_10_32_15ເຄື່ອງເກມ SONY Playstation 1 ອອກຂາຍໃນປີ 1994 ແຕ່ຍານ New Horizons ຖືກປ່ອຍໃນປີ 2006 ຫນ້າຈະເຮັດໃຫ້ຫລາຍຄົນ ເກີດຄຳຖາມວ່າເປັນຫຍັງ NASA ຈຶ່ງເລືອກໃຊ້ຊິບເກົ່າອາຍຸ 10 ປີ ແບບນີ້, ເປັນຫຍັງບໍ່ໃຊ້ຊິບໃຫມ່ໆ (ຍຸກນີ້ມີຫນ່ວຍປະມວນຜົນແບບ ຫລາຍແກນ ທີ່ສະເປັກສູງອອກມາ ເປັນຈຳນວນຫລາຍ). ສາເຫດກໍຍ້ອນວ່າ ການສົ່ງຍານໄປສຳຫລວດແບບນີ້ ທຸກຢ່າງ ຕ້ອງເປັນໄປຕາມການອອກແບບ ແລະການຄຳນວນ ເຊິ່ງບໍ່ສາມາດ ປ່ອຍໃຫ້ເກີດໂອກາດ ແຫ່ງຄວາມຜິດພາດໄດ້.

ດັ່ງນັ້ນ NASA ຈຶ່ງເລືອກໃຊ້ຊິບຂອງ PS1 ເພາະໄດ້ຮັບການພິສູດ ແລະທົດລອງໃຊ້ ຈາກຄົນທົ່ວໂລກແລ້ວວ່າ ມີບັນຫາຫນ້ອຍຫລາຍ (ຄົງບໍ່ດີແນ່ນອນ ຖ້າຈະເອົາຫນ່ວຍປະມວນຜົນໃຫມ່ໆ ທີ່ອາດມີບັນຫາ ສົ່ງຂຶ້ນໄປແລ້ວຢຸດເຮັດວຽກ ໂຄງການຈິບຫາຍວາຍວອດພໍດີ) ເມື່ອທຸກຢ່າງພ້ອມ ແລະແລ້ວການເດີນທາງ ທີ່ຕ້ອງເວລາເຖິງ 9 ປີ ຈຶ່ງໄດ້ເລີ່ມຂຶ້ນໃນວັນທີ 19 ມັງກອນ ປີ 2006 ຍານ New Horizons ກໍໄດ້ຖືກປ່ອຍອອກໄປ ໂດຍມີພາລະກິດ ເພື່ອໄປຖ່າຍພາບ ແລະເກັບຂໍ້ມູນແບບໄລຍະໃກ້ ຂອງດາວພລູໂຕ.

Capture+ ສະຖານະການພິກຜັນ ເມື່ອພລູໂຕຖືກລົດຂັ້ນ

7 ເດືອນຫລັງຈາກປ່ອຍຍານ New Horizons ຂຶ້ນສູ່ອະວະກາດ ເພື່ອເດີນທາງໄປສຳຫລວດ ດາວເຄາະພລູໂຕ. ປະກົດວ່າໃນເດືອນ ສິງຫາ 2006 ສະມາຄົມດາຣາສາດນານາຊາດ ໄດ້ມີການປະຊຸມ ທົບທວນຂໍ້ມູນໃຫມ່ໆ ຂອງຄວາມຮູ້ດ້ານອະວະກາດ ແລະໃນການປະຊຸມນັ້ນ ມີດາວເຄາະພລູໂຕເປັນນຶ່ງໃນຫົວຂໍ້.

ເນື່ອງຈາກວ່າໃນຍຸກໃຫມ່ໆ ມີການຄົ້ນພົບ ດາວທີ່ມີລັກສະນະຄ້າຍຄືພລູໂຕຫລາຍຂຶ້ນ ຈົນເປັນເຫດໃຫ້ວົງການ ດາຣາສາດຕ້ອງມາທົບທວນຄືນໃຫມ່ ເຖິງການເອີ້ນວັດຖຸຕ່າງໆໃນລະບົບສຸລິຍະ ຈາກເຫດການນີ້ເປັນເຫດໃຫ້ ພລູໂຕ ຖືກປົດຕຳແຫນ່ງ ອອກຈາກການເປັນດາວເຄາະບໍລິວານຂອງຕາເວັນ ຮອດຕອນນີ້ໃນປີ 2006 ດາວເຄາະຈຶ່ງຖືກລົດຈຳນວນລົງເຫລືອ 8 ດວງຄືນຄືເກົ່າ.

voyage_to_pluto_945ຕົວຢ່າງສ່ວນນຶ່ງຂອງດາວຕ່າງໆທີ່ຄ້າຍຄືພລູໂຕ ທີ່ຄົ້ນພົບໃນແຖບຄຸຍເປີ ຈົນຕັ້ງຊື່ບໍ່ໄຫວຈຶ່ງໄດ້ໃສ່ເປັນລະຫັດ

ຍົດໃຫມ່ຂອງພລູໂຕຈາກດາວເຄາະ (Planet) ກາຍມາເປັນດາວເຄາະເຕ້ຍ ຫລືເອີ້ນວ່າ ດາວເຄາະຄອດດີ ພາສາອັງກິດແມ່ນ Dwarf Planet ແລະວົງການດາຣາສາດ ຈຶ່ງໄດ້ກຳນົດວັດຖຸຕ່າງໆ ໃນລະບົບສຸລິຍະຄືນໃຫມ່ ໂດຍແບ່ງເປັນ 3 ປະເພດຄື: ດາວເຄາະ, ດາວເຄາະເຕ້ຍ ແລະວັດຖຸຂະຫນາດນ້ອຍ (ກ້ອນຫີນແລະເສດຕ່າງໆ) ເຖິງພລູໂຕຈະຖືກລົດຂັ້ນ ແຕ່ການໄດ້ເດີນທາງ ໄປສຶກສາກໍຍັງດຳເນີນຕໍ່ ເພາະຄວາມຫນ້າສົນໃຈ ບໍ່ໄດ້ລົດລົງແຕ່ຢ່າງໃດເລີຍ.

poor-plutoຮອດຕອນນີ້ພວກເຮົາກໍຕ້ອງຖ້າໆ ຖ້າແລ້ວຖ້າອີກ ແລະກໍຖ້າ ຈົນໃນທີ່ສຸດ 9 ປີຜ່ານໄປ ນັບແຕ່ປີ 2006 ເວລາທີ່ລໍຖ້ານັ້ນ ກໍມາຮອດ ວັນທີ 14 ກໍລະກົດ 2015 ແມ່ນມື້ທີ່ຍານ New Horizons ເຂົ້າໃກ້ ພລູໂຕ ທີ່ສຸດ ແລະນີ້ເປັນຄັ້ງທຳອິດ ຂອງມະນຸດໂລກທີ່ຈະໄດ້ເຫັນ ພລູໂຕ ແບບໃກ້ໆ. ຫລັງຈາກເຫັນ ແຕ່ພາບກຣາຟຟິກມະໂນມາຫລາຍສິບປີ ແລະນີ້ຄື ພາບຖ່າຍທີ່ໄດ້ຈາກຍານ New Horizons ເຊິ່ງຖ່າຍໃນໄລຍະຫ່າງຕ່າງໆ ແຕ່ຂໍ້ມູນຕອນທີ່ເຂົ້າໃກ້ສຸດ ໃນປັດຈຸບັນ ຍັງຄົງຖືກທະຍອຍສົ່ງຂໍ້ມູນຄືນມາໂລກ ເທື່ອລະຫນ້ອຍ ກວ່າຈະໄດ້ຄົບ ຄົງຕ້ອງໃຊ້ເວລາອີກດົນສົມຄວນ.

NH_LORRI_OP4_mid-June_v3_PLUTOອັນນີ້ເປັນຮູບແບບຂາວດຳ

 

nh-pluto-color-7-6-2015_0ຮູບສີ ທີ່ຖ່າຍໃນວັນທີ 3 ກໍລະກົດ 2015 ທີ່ໄລຍະຫ່າງ 12,5 ລ້ານກິໂລແມັດ

1436873580-1026893157-oຮູບຖ່າຍທີ່ໄລຍະຫ່າງ 766.000 ກິໂລແມັດ

nh-plutosurfaceພາບແບບໄລຍະໃກ້ຂອງຜິວດາວພລູໂຕ ເຜີຍໃຫ້ເຫັນພູມສັນຖານທີ່ເປັນພູສູງປະມານ 3500 ແມັດ
ນັກວິທະຍາສາດໃຫ້ຂໍ້ສັງເກດວ່າ ນີ້ເປັນລັກສະນະຂອງພູມສັນຖານທີ່ຍັງອ່ອນນ້ອຍຫລາຍ ຫາກໍກໍ່ໂຕຂຶ້ນມາບໍ່ເກີນ 100 ລ້ານປີ
ເຊິ່ງສະແດງໃຫ້ເຫັນວ່າດາວພລູໂຕ ເປັນດາວທີ່ອາຍຸຍັງນ້ອຍຫລາຍຖ້າທຽບກັບດາວເຄາະຊັ້ນໃນທັງ 8 ດວງ ທີ່ມີອາຍຸຫລາຍພັນລ້ານປີ

11752392_966940856702086_2637972624571401956_nພາບໄລຍະໃກ້ພຽງ 77.000 ກິໂລແມັດ ເຜີຍໃຫ້ເຫັນວ່າພລູໂຕ ຕ່າງຈາກດາວເຄາະຊັ້ນໃນ ທີ່ເຕັມໄປດ້ວຍຮ້ອຍອຸກະບາດ
ກົງກັນຂ້າມພລູໂຕມີພື້ນຜິວທີ່ເກືອບວ່າບໍ່ມີຮ່ອງຮອຍຂອງອຸກະບາດເລີຍ

1436922923-plutothena-oຜ່ານການເດີນທາງ 9 ປີ ຮູບທີ່ໄດ້ ຖືວ່າເປັນປະຫວັດສາດຫນ້າໃຫມ່ ໃຫ້ໂລກໄດ້ເຫັນຫນ້າຕາພລູໂຕແບບແຈ້ງໆ

1437016747-anigif-oເບິ່ງແບບເປັນຮູບ gif ທຽບໃຫ້ເຫັນການຖ່າຍພາບແຕ່ລະຊ່ວງເວລາ

ນອກຈາກການບິນຜ່ານ ພລູໂຕທີ່ໃກ້ສຸດໃນໄລຍະ 10.000 ກິໂລແມັດເພື່ອຖ່າຍພາບແລ້ວ. ຍານ New Horizons ຍັງໄດ້ພາບຖ່າຍ ບໍລິວານຂອງພລູໂຕຕື່ມນຳອີກ ເຮົາມາເບິ່ງກັນວ່າມັນມີຫນ້າຕາແນວໃດ?

11753286_966591430070362_3391188967779538255_nບໍລິວານທັງຫມົດຂອງ ພລູໂຕ

nh-charonຊາຣອນ (Charon) ຖ່າຍໄດ້ແບບໃກ້ສົມຄວນ (ຍັງມີຮູບຖ່າຍພື້ນຜິວແບບໃກ້ໆອີກແຕ່ຍັງບໍ່ໄດ້ເປີດເຜີຍອາດລໍຖ້າຮວບຮວມຂໍ້ມູນໃຫ້ຄົບກ່ອນ)

1437007066-nhhydra10-oອັນນີ້ແມ່ນ ໄຮດຣາ ນຶ່ງໃນບໍລິວານຂອງພລູໂຕ ຂະຫນາດນ້ອຍຫລາຍ ໄດ້ຮູບຊ່ຳດີກໍດີກວ່າບໍ່ເຫັນເນາະ

1436834441-nhplutocha-oພາບປຽບທຽບລະຫວ່າງໂລກກັບພລູໂຕ ແລະບໍລິວານຂອງມັນຊາຣອນ
ຂໍ້ມູນຈາກຍານ New Horizons ເຮັດໃຫ້ເຮົາຮູ້ຂະຫນາດທີ່ແທ້ຈິງຂອງພລູໂຕ ແລະຊາຣອນພລູໂຕມີເສັ້ນຜ່າໃຈກາງ 2.370 ກິໂລແມັດ (18.5% ຂອງໂລກ)
ຊາຣອນມີເສັ້ນຜ່ານໃຈກາງ 1.208 ກິໂລແມັດ (9.5% ຂອງໂລກ)

ເຮົາຈະມາເບິ່ງຄືນວ່າ ຕະຫລອດການເດີນທາງຂອງ New Horizons ເປັນໄລຍະທາງທັງຫມົດປະມານເກືອບ 4.8 ພັນລ້ານກິໂລແມັດ ນັ້ນມີຫຍັງເກີດຂຶ້ນແນ່

+ 19 ມັງກອນ 2006 ຍານຖືກປ່ອຍອອກຈາກໂລກ

+ 7 ເມສາ 2006 ຍານເດີນທາງເຂົ້າສູ່ວົງໂຄຈອນຂອງດາວອັງຄານ

+ 13 ມິຖຸນາ 2006 ເດີນທາງຮອດເຂດ ຂອງດາວເຄາະນ້ອຍ ເຊິ່ງໃນຕອນນັ້ນໄດ້ບິນເຂົ້າໃກ້ ດາວເຄາະນ້ອຍດວງນຶ່ງທີ່ມີລະຫັດວ່າ 132524 APL ດ້ວຍໄລຍະ 101,867 ກິໂລແມັດ

+ 28 ກຸມພາ 2007 ຍານໄດ້ເຄື່ອນທີ່ຜ່ານດາວພະຫັດ ແລະໄດ້ອາໄສດາວພະຫັດ ໃນການເພີ່ມຄວາມໄວຂຶ້ນມາເປັນ 21.219 ກິໂລແມັດ/ວິນາທີ ຈາກຄວາມໄວເກົ່າກ່ອນຫນ້ານີ້ ທີ່ມີພຽງ 16.26 ກິໂລແມັດ/ວິນາທີ

+ 8 ມິຖຸນາ 2008 ເດີນທາງເຂົ້າສູ່ວົງໂຄຈອນຂອງດາວເສົາ

+ 25 ກຸມພາ 2010 ການເດີນທາງແມ່ນມາໄດ້ເຄິ່ງທາງຂອງເປົ້າຫມາຍແລ້ວ

+ 18 ມິນາ 2011 ເຂົ້າສູ່ວົງໂຄຈອນຂອງຢູເຣນັສ

+ 24 ສິງຫາ 2014 ເຂົ້າສູ່ວົງໂຄຈອນຂອງເນັບຈູນ

ນັບຈາກນັ້ນກໍບິນກົງເພື່ອໄປຍັງເປົ້າຫມາຍ ໂດຍຕັ້ງເປົ້າຫມາຍແມ່ນ ການບິນຜ່ານເຂົ້າໃກ້ດາວພລູໂຕ ຫລາຍທີ່ສຸດ ໂດຍໄລຍະທີ່ໃກ້ກັບພລູໂຕນັ້ນ ຈະກິນເວລາປະມານ 30 ນາທີ ແລະຕອນທີ່ໃກ້ສຸດ ແມ່ນມີໄລຍະ 10,000 ກິໂລແມັດ (ເບິ່ງຄືໄກ ແຕ່ລະຍະຫ່າງນີ້ ໃນທາງດາຣາສາດ ເວົ້າໄດ້ວ່າໃກ້ຫລາຍ ທຽບກັບເຮົາຖືກລູກປືນຍິງດາດເສື້ອໄປເລີຍ)

flyby

ບິນຜ່ານໃກ້ສຸດທີ່ໄລຍະ 10.000km ດ້ວຍຄວາມໄວ 14km/s

1436890704-PlutoPanel-oຂີ້ເຖົ່າກະດູກຂອງ Clyde Tombaugh ກໍຖືກບັນຈຸໃສ່ໃນຍານ New Horizons ໄປຈຳ ເພື່ອເປັນກຽດແກ່ຜູ່ຄົ້ນພົບ ພລູໂຕ

ສຳລັບຄວນຮູ້ຫລືຜົນທີ່ໄດ້ຈາກໂຄງການ ແມ່ນຍັງຄົງຕ້ອງລໍຖ້າ ການສົ່ງຂໍ້ມູນກັບຄືນມາໂລກ ແລະນັກວິທະຍາສາດ ຈະນຳຂໍ້ມູນມາສັງລວມ ປະມວນຜົນ ແລະສະຫລຸບອອກມາ ເຊິ່ງອາດກິນເວລາຫລາຍເດືອນ ໄປຮອດສອງສາມປີກໍເປັນໄດ້ ຄຳຖາມທີ່ສຳຄັນຕໍ່ມາແມ່ນ ຫລັງຈາກນີ້ New Horizons ຈະເຮັດຫຍັງ? ໄປໃສຕໍ່? ຫລືຈະກັບຄືນມາໂລກຫລືບໍ່?

+ ພາລະກິດຕໍ່ໄປ

ຫລັງຈາກບິນຜ່ານດາວພລູໂຕແລ້ວ ພາລະກິດຕໍ່ໄປຂອງ New Horizons ກໍແມ່ນເດີນທາງຕໍ່ ໄປອີກ ເພື່ອສຳຫລວດສິ່ງອື່ນໆຕໍ່ໄປ ໂດຍມີກຳນົດການ ເຮັດວຽກທັງຫມົດ 20 ປີ ຈຶ່ງສິ້ນສຸດພາລະກິດ ໂດຍຊ່ວງປີ 2016-2020 ຍານຈະໄປສຳຫລວດໃນເຂດຄຸຍເປີ ແລະສຳຫລວດຕໍ່ໄປເລື້ອຍໆຈົນສິ້ນສຸດໃນປີ 2026.

ortພາລະກິດຕໍ່ໄປເດີນຫນ້າສຳຫລວດແຖບຄຸຍເປີ
ນອກນັ້ນກາຍແຖບຄຸຍເປີອອກໄປຍັງມີເຂດທີ່ເຕັມໄປດ້ວຍເສດຫີນຈຳນວນມະຫາສານຂະຫນາດໃຫຍ່ອີກຊື່ວ່າ ເມກອອດ (Oort Cloud)
ທີ່ໂຄຈອນພາຍໃຕ້ອິດທິພົນແຮງດຶງດູດຂອງຕາເວັນ ນັ້ນຫມາຍຄວາມວ່າພວກມັນເປັນສ່ວນນຶ່ງຂອງລະບົບສຸລິຍະເຊັ່ນດຽວກັນ

ນີ້ຄືນຶ່ງໃນພາລະກິດການສຳຫລວດອະວະກາດ ຄັ້ງປະຫວັດສາດ ຂອງມະນຸດທີ່ຕ້ອງບັນທຶກໄວ້. ຫລາຍທ່ານອາດ ສົງໄສວ່າເປັນຫຍັງຈຶ່ງ ຢາກໄປສຳຫລວດ ໄປແລ້ວໄດ້ຫຍັງ ເສຍເງິນໄປເຮັດຫຍັງ?

ຖ້າທ່ານຍັງມີຄຳຖາມແບບນີ້ ສະແດງວ່າທ່ານ ຍັງເບິ່ງໂລກໃນມຸມມອງ ທີ່ແຄບເກີນໄປ ເຖິງການສຳຫລວດນີ້ ຈະບໍ່ໄດ້ປະໂຫຍດຫຍັງທາງກົງແບບເປັນຮູບປະທຳ, ແຕ່ຄວາມຮູ້ທີ່ໄດ້ ຈາກການສຳຫລວດ ມັນຊ່ອຍເຕີມເຕັມ ໃຫ້ຊ່ອງຫວ່າງ ໃນທິດສະດີທາງວິທະຍາສາດ ສົມບູນຂຶ້ນ. ເມື່ອທິດສະດີສົມບູນຂຶ້ນ ການປະຍຸກໃຊ້ກໍຕາມມາ, ນອກນັ້ນ ຂັ້ນຕອນການກະກຽມໂຄງການ ຮວມເຖິງການ ພັດທະນາເທັກໂນໂລຍີ ຂຶ້ນມາໃຊ້ໃນໂຄງການ ກໍລ້ວນແຕ່ເປັນຜົນໄດ້ຮັບແບບທາງອ້ອມ ເຮົາມີເທັກໂນໂລຍີເຊັນເຊີ ທີ່ທັນສະໄຫມຂຶ້ນ ກໍຍ້ອນພັດທະນາມາໃຊ້ໃນໂຄງການ ສະເພາະທາງ ແລະໂຄງການໃຫຍ່ໆແບບນີ້, ຈາກນັ້ນກໍນຳໄປພັດທະນາຕໍ່ ຈົນອອກຂາຍໃຫ້ຄົນທົ່ວໄປໄດ້ໃຊ້. ໃຜຈະຮູ້ໃນອະນາຄົດ ການສຳຫລວດອະວະກາດອັນຫ່າງໄກ ອາດເຮັດໃຫ້ເຮົາໄດ້ຮັບຄຳຕອບ ຫລາຍສິ່ງຫລາຍຢ່າງ ຈົນສາມາດໄຂປິດສະຫນາ ຂອງທຳມະຊາດ ແລະຈັກກະວານໄດ້ຈັກມື້ນຶ່ງ.

1437062500-alanstern1-o11234046_965129866883185_9104991699604768390_nທີມງານດີໃຈຢ່າງໃຫຍ່ຫລັງຈາກບິນຜ່ານສຳເລັດໂດຍບໍ່ມີບັນຫາ

ລາກ່ອນພລູໂຕ ຫວັງວ່າເຈົ້າຄົງຈະບໍ່ເຫງົາ

1437019602-12lys-oອ້າງອີງ:
https://www.nasa.gov/mission_pages/newhorizons/main/index.html
http://www.ubergizmo.com/2015/07/probe-pluto-original-playstation-cpu/
http://www.space.com/27989-new-horizons-pluto-mission-explained-infographic.html
http://www.nutn0n.com/new-horizons/